ກ່ຽວກັບ ມິກ​-ຄາ​ນາ​ກະ​ວາ

ການ​​ຢູ່ອາ​ໄສໃນ​ຕ່າງ​ປະ​ເທດ​ທີ່​ມີພາ​ສາ ​​ແລະ ວັດ​ທະ​ນະ​ທຳ​ທີ່​ແຕກຕ່າງ​ກັນແມ່ນ ມີຄວາມບໍ່​ສະ​ດວກ​ແລະ​​ລຳ​ບາກ​ຫລາຍໆ​ຢ່າງ. ນີ້​ເອີ່ນ​ວ່າ: ການ​ກີດ​ກັ້ນທາງ​ດ້ານ​ພາ​ສາ. ໂດຍ​ສະ​ເພາະ ໃນ​ກໍ​ລະ​ນີທີ່​ຕ້ອງ​ການ​ຮັບ​ການປິ່ນ​ປົວ​ ເນື່ອງ​ຈາກ​​ຄວາມ​​ເຈັບເປັນ ຫຼື​ວ່າ ເວ​ລາ​ເກີດ​ອຸ​ປັດ​ຕິ​ເຫດ​ແມ່ນ​ຈະ​ມີ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ກວ່າ​ເກົ່າ.

ມິກ​-ຄາ​ນາ​ກະ​ວາແມ່ນ ​ມີຈຸດ​​ປະ​ສົງເລີ່ມ​ຕົ້ນເຄື່ອນ​ໄຫວ ແລະ ​​ມີຈຸດ​​ມຸ້ງ​ໝາຍ​ຂອງ​ແນວຄວາມ​ຄິດ​ທີ່​ວ່າ: ພວກ​ເຮົາຕ້ອງສ້າງສັງ​ຄົມທີ່​ອຳ​ນວຍ​ຄວາມ​ສະ​ດວກ ​ເພື່ອ​ໃຫ້ທຸກຄົນ​ໄດ້​ຮັບ​ການ​ປິ່ນ​ປົວ ​ແລະ ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໄປພ້ອມ​ໆ​ກັນ, ​ໂດຍ​ບໍ່ກ່ຽວຂ້ອງ​ກັບ​ຄວາມ​ເປັນ​ມາຂອງເຊຶ້ອ​ຊາດ, ສັນ​ຊາດແລະວັດ​ທະ​ນະ​ທຳ​.

ພວກ​ເຮົາຈະ​ຊ່ວຍ​ເຫຼືອ ຊີ​ວິດ ແລະ ການ​ເປັນ​ຢູ່-ການ​ດຳ​ລົງ​ຊີ​ວິດ ຂ​ອງ​ກຸ່ມຄົນ​ທີ່​​ມີພາ​ສາ​​ປາກ​ເວົ້າຫຼື​ວ່າ ພາ​ສາ​ເຄົ້າ(ພາ​ສາແມ່​)ບໍ່​​ແມ່ນພາ​ສາ​ຍີ່​ປຸ່ນ ​ໂດຍ​ຜ່ານການ​ຊ່ວຍ​ເຫຼືອ​ດ້ານ​ພາ​ສາ.


ເມື່ອ​ທ່ານຕ້ອງ​ການ​​ນາຍ​​ແປພາ​ສາ​ໃນ​ເວ​ລາ​ໄປ​ໂຮງ​ໝໍ

ພວກ​ເຮົາ​ສາ​ມາດ​ສົ່ງ​ນາຍ​ແປ​ພາ​ສາ​ໄປ​​ຊ່ວຍໄດ້​​ ສະ​ເພາະ​ໂຮງ​ໝໍ​ທີ່​​ມີສັນ​ຍາ​ ກັບ​ ມິກ-ຄາ​ນາ​ກະ​ວາເທົ່ານັ້ນ. ລາຍ​ຊື່​ໂຮງ​ໝໍ​ທີ່​ມີ​ສັນ​ຍາ


                                                                                                                        ນາຍ​ແປພາ​ສາ​​ທັງ​ໝົດ ແມ່ນ​ອາ​ສາ​ສະ​ໝັກ​ທີ່​ໄດ້​​ຮັບ​ການຝຶກ​ແອບ​​ການ​ແປ​ພາ​ສາ​ດ້ານ​ການ​ແພດ​ໂດຍ​ສະ​ເພາະ.

                                                                                                                        ທ່ານ​ບໍ່​ສາ​ມາດຕິດ​ຕໍ່​ຂໍຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ນາຍ​​ແປພາ​ສາ​ ຈາກ​ມິກ-ຄາ​ນາ​ກະ​ວາໂດຍກົງ​ດ້ວຍຕົວ​ທ່ານ​ເອງ​, ກ​ອ່​ນ​ອື່ນ​ໝົດທ່ານ​ຕ້ອງ​ຕິດຕໍ່​ຫາ​​ຜູ້​ຮັບ​ຜິດ​ຊອບ​ດ້ານ​ສະ​ຫວັດ​ດີ​ການ​ສັງ​ຄົມ​ທີ່​ປະ​ຈຳ​ຢູ່​ໂຮງ​ໝໍ.(ຕິດ​ຕໍ່​ຫາ​ໂຊ​ແຊວ​ສ​ເວີກ​ເກີ)

                                                                                                                        ຕາມ​ລະ​ບຽບ​ບໍ່​ມີ​ຄ່າ​ບໍ​ລິ​ການ​ ສຳ​ລັບ​ນາຍແປ​ພາ​ສາ,​ ແຕ່​ບ່າງ​ໂຮງ​ໝໍ ​ແມ່ນ ຕ້ອງຈ່າຍ 1,100 ເຢັນ 2 ຊົ່ວໂມງ ທຳອິດ.


                                                                                                                        ເວ​ລາ​ທີ່ທ່ານ​ຕ້ອງ​ການ​​ນາຍ​ແປ​ພາ​ສາ​ໃນ​ສະຖາບັນ​ສາ​ທາ​ລະ​ນະທົ່ວ​ໄປ

                                                                                                                        ພວກ​ເຮົາ​​ສາ​ມາດສົ່ງ​ນາຍ​​ແປພາ​ສາ​ໄປ​​ຊ່ວຍ​ທ່ານ​​ໄປ​ບັນ​ດາສະຖາ​ບັນ​ສາ​ທາ​ລະ​​ທົ່ວ​ໄປ​ໄດ້​ ດັ່ງ​ສະ​ຖານ​ທີ່​ຕໍ່​ໄປ​ນີ້: ໂຮງ​ຮຽນ​ປະ​ຈຳ​ແຂວງຄາ​ນາ​ກະ​ວາ(​ໂຮງ​ຮຽນອຸ​ດົ​ມສຶກ​ສາ,​ໂຮງ​ຮຽນ​​ສຳ​ລັບ​​ຄົນພິ​ການ ​ແລະ ​ອຶ່ນໆ), ຫ້ອງ​ການ​ປຶກ​ສາ​ບັນ​ຫາກ່ຽວ​ກັບເດັກ, ຫ້ອງ​ການ​ເມືອງ,​ ກົມ​ກວດ​ກາຄົນ​ເຂົ້າ​ເມືອງ​ ແລະ ​ອື່ນໆ.

                                                                                                                        ຕິດ​ຂໍ​ນາຍ​ແປ​ພາ​ສາ​ໄດ້​ທີ່​​ເບີ:045-317-8813 (ພະ​ນັກ​ງານ​ທີ່ສາ​ມາດເວົ້າພາ​ສາ​ຂອງ​ທ່ານ​ໄດ້ ແມ່ນບໍ່ໄດ້​ຢູ່ປະ​ຈຳ)

                                                                                                                        ວັນ​ລັດ​ຖະ​ການ(ມື້ເຮັດວຽກ) ແມ່ນແຕ່​ວັນ​ຈັນ​ຫາ​ວັນ​ສຸກ, ເວ​ລາ 09:00 ຕອນ​​ເຊົ້າ - 16:00 ຕອນ​ແລງ.
                                                                                                                        ວັນ​ພັກລັດ​ຖະ​ການ(ວັນ​ພັກ) ແມ່ນວັນ​ເສົາ, ວັນ​​ທິດ ​ແລະ​ ວັນພັກ​​ລັດ​​ຖະ​ການ(ຕາມ​ປະ​ຕິ​ທິນ).

                                                                                                                        ຖ້າ​ເປັນ​​ໄປ​ໄດ້ ໃຫ້ທ່ານ​ຕິດ​ຕໍ່​ຂໍ​ນາຍ​ແປ​ພາ​ສາ ລ່ວງ​ໜ້າກ​ອ່ນ 3​ ວັນ (​​ນັບແຕ່ ວັນເຮັດວຽກ).

                                                                                                                        ຄ່າບໍ​ລິ​ການ​ໃນ​ການ​ຊ່ວຍ​ແປ​ພາ​ສາ​ແມ່ນ ​3,300 ເຢັນຕໍ່​ໜຶ່ງ​ເທື່ອ​ພາຍ​ໃນ 2 ຊົ່ວ​ໂມງ.

                                                                                                                        ການ​ບໍ​ລິ​ການ​ໃຫ້​ຄ່າປຶກ​ສາຟ​ຣີ ​ກ່ຽວກັບ​ສຸຂະ​ພາບ​ສຳ​ລັບຄົນ​ຕ່າງ​ປະ​ເທດ​

                                                                                                                        ສາ​ມາດຮັບ​ການກວດ​ສ່ອງ​ໄຟ​ຟ້າ(X-ray),​ ກວດ​​ຍ່ຽວ ແລະ​ ປຶກ​ສາ​ກັບ​ທ່ານ​ໝໍ​. ນອກ​ຈາກນັ້ນ, ​ຍັງມີ​ການ​ວັດແທກຄວາມ​ດັນ​ເລືອດ, ລວງ​ສູງ ແລະ ​ຊັ່ງນ້ຳ​ໜັກ​, ສາ​ມາດປຶກ​ສາ​ກ່ຽວ​ກັບ​ໂພ​ຊະ​ນາ​ການດ້ານອາ​ຫານ​ ແລະ ສາ​ມາດຮັບ​​ການປິ່ນ​ປົວ​.

                                                                                                                        ©2004 MICかながわ

                                                                                                                        inserted by FC2 system